Thứ Hai, 22 tháng 7, 2019

ສະຫະກອນແບບໃໝ່ - "ແຜ່ນຮອງ" ຂອງຂະແໜງກະສິກໍາ

ໄລຍະຜ່ານມາ, ຕົວແບບສະຫະກອນແບບໃໝ່ ໄດ້ຜັນຂະຫຍາຍໃນຫຼາຍທ້ອງຖິ່ນທົ່ວປະເທດ ນຳມາປະສິດທິພາບສູງ, ພິເສດໃນການຜະລິດກະສິກຳ. ໜຶ່ງໃນບັນດາແບບຢ່າງທີ່ ພົ້ນເດັ່ນແມ່ນສະ ຫະກອນຜະລິດຜັກ ບາຈື ທີ່ຕາແສງ ເວິນໂນ້ຍ, ເມືອງ ດົງແອງ, ນະຄອນ ຮ່າໂນ້ຍ.

ເມື່ອມາເຖິງສະຫະກອນຜະລິດຜັກ ບາຈື, ເອື້ອຍ ຫງວຽນທິຮວ່ຽນ, ປະທານສະຫະກອນ ພາພວກຂ້າພະເຈົ້າໄປຢາມເຂດປູກຜັກ ປອດສານພິດ ຂອງ ບັນດາສະມາຊິກ. ທົ່ງນາ ປູກ ຜັກ ຢູ່ທີ່ນີ້ ໄດ້ ຕິດປ້າຍ ແລະ ຂຽນຊື່ເຈົ້າໃສ່ ພ້ອມທັງມື້ປູກຜັກ. ສະມາຊິກແຕ່ລະ ຄົນ ຈະມີປຶ້ມບັນທຶກສະເພາະ, ຊຶ່ງຈະໄດ້ບັນທຶກມື້ປູກ, ມື້ເກັບຜັກ ຕອນນັ້ນຢ່າງຈະແຈ້ງ. ຫຼັກການດັ່ງກ່າວ ໄດ້ນຳໃຊ້ ຫຼັງຈາກ ສະຫະ ກອນປະຕິບັດການປູກຜັກ ປອດສານພິດ ຕາມໂຄງ ການ PGS (Participatory Guarantee System) ທີ່ຜັນຂະ ຫຍາຍໂດຍ ກົມປົກປັກຮັກສາພືດ ຮ່າໂນ້ຍ. ນີ້ແມ່ນລະບົບ ຮັບປະກັນທີ່ອາໄສ ການເຂົ້າຮ່ວມຂອງບັນດາອົງການ ແລະ ພາກສ່ວນຕ່າງໆ ທີ່ກ່ຽວ ຂ້ອງໃນການຜະລິດຜັກປອດສານພິດ. ຜັກທີ່ຂາຍອອກ ທາງສະ ຫະກອນ ຈະເປັນຜູ້ເຮັບຜິດຊອບກ່ຽວກັບ ຄວາມປອດໄພ ດ້ານສະ ບຽງອາຫານ.

ເອື້ອຍ ຫງວຽນທິຮວ່ຽນ ໃຫ້ຮູ້ວ່າ ຕົວແບບສະຫະກອນແບບໃໝ່ມີຈຸດດີແມ່ນ ຜະລິດຕະພັນຂອງສະຫະກອນທີ່ຜະລິດອອກ ຈະ ມີລາຄາສູງກວ່າ, ຈາກນັ້ນ ຜົນປະໂຫຍດຂອງບັນດາສະມາຊິກກໍ່ຈະແຈ້ງ ແລະ ໝັ້ນຄົງກວ່າ. ບັນດາສະມາຊິກໃນ ສະຫະກອນ ຈະ ໄດ້ຮຽນ ແລະ ຜັນຂະຫຍາຍຕົວແບບ PGS-ລະ ບົບ ຮັບປະ ກອນຄຸນນະພາບໃນການຜະລິດຜັກອິນຊີ, ຜັກປອດ ສານພິດ, ໝາຍຄວາມວ່າ ຜະລິດຕະພັນທີ່ຜະລິດອອກ ຈະໄດ້ຮັບຮອງ ຄວາມປອດໄພ ແຕ່ຕົ້ນ, ຈາກນັ້ນຈິ່ງຢືນຢັນໄດ້ເຄື່ອງໝາຍການ ຄ້າ ຜັກປອດສານພິດຂອງສະຫະກອນ.
ຄວາມໝາຍສຳຄັນຂອງ PGS ແມ່ນຜູ້ຜະລິດຈະເຂົ້າຮ່ວມໃນການກວດກາເຊິ່ງກັນ ແລະ ກັນ, ສົ່ງເສີມການເຂົ້າຮ່ວມໂດຍ ກົງ ຂອງ ຊາວກະສິກອນ ແລະ ຜູ້ບໍລິໂພກໃນການຮັບຮອງຜະລິດ ຕະ ພັນ, ຊ່ວຍເຮັດໃຫ້ຜູ້ຜະລິດຂະໜາດນ້ອຍ ສາມາດເຂົ້າຮ່ວມໃນລະ ບົບ, ພິເສດແມ່ນຄ່າໃຊ້ຈ່າຍ ເພື່ອຮັບຮອງບໍ່ສູງ.

ທ່ານນາງ ຕື່ທິຕວຽດຍຸງ, ຜູ້ປະສານງານຂອງ PGS ຢູ່ ຫວຽດນາມ ໃຫ້ຮູ້ວ່າ PGS ໄດ້ ນຳໃຊ້ຢ່າງກວ້າງຂວາງຢູ່ບັນດາປະເທດຕາ ເວັນຕົກ ແລະ ບາງປະເທດ ໃນອາຊີ. ຢູ່ ຫວຽດນາມ, PGS ໄດ້ ມີໂຄງ ການຈຳນວນໜຶ່ງຂອງບັນດາອົງການບໍ່ຂຶ້ນ ກັບລັດຖະບານ ແນະນຳ ແລະ ນຳໃຊ້ໃນການຄວບຄຸມ ແລະ ຄຸ້ມຄອງ ຄຸນນະ ພາບຜັກອິນຊີ ທີ່ໄດ້ຜະລິດຈາກຊາວກະສິກອນ ຜູ້ຜະລິດຜັກ ຂະໜາດນ້ອຍ ຢູ່ຫຼາຍທ້ອງຖິ່ນໃນທົ່ວປະເທດ.

ດ້ວຍການນຳ ໃຊ້ ລະບົບ PGS ທີ່ປະສົບຜົນສຳເລັດໃນ ການ ເຄື່ອນໄຫວ ຂອງ ຕົວແບບ ສະຫະກອນຜະລິດກະສິກຳແບບ ໃໝ່ ຄືຕົວແບບຂອງສະຫະກອນ ຜະລິດຜັກປອດສານພິດ ບາຈື ນັບມື້ ຢືນຢັນໄດ້ ເຄື່ອງໝາຍການຄ້າ ຂອງ ຕົນ.

Không có nhận xét nào:

Đăng nhận xét

Bài đăng nổi bật

Việt Nam giúp xây Học viện Kinh tế-tài chính cho Lào

Sáng 19/7 tại thủ đô Viêng Chăn, Bộ Tài chính Việt Nam phối hợp với Bộ Tài chính Lào tổ chức lễ khởi công dự án xây dựng Học viện Kinh tế-tà...