Chủ Nhật, 21 tháng 7, 2019

ຊຸກຍູ້ສາຍພົວພັນ ຫວຽດນາມ-ລາວ, ຫວຽດນາມ-ກຳປູເຈຍ ເຂົ້າສູ່ລວງເລິກ ແລະ ໝັ້ນຄົງ

ສະຫາຍ ຫງວຽນຝູ໋ຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ ກອມມູນິດ ຫວຽດນາມ, ປະທານປະເທດ ແຫ່ງ ສສ ຫວຽດນາມ ແລະ ຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງ ຢ້ຽມຢາມ ສັນຖະວະໄມຕີ ສປປ ລາວ ຢ່າງເປັນທາງການ (ແຕ່ວັນທີ 24-25 ກຸມພາ 2019) ແລະ ຢ້ຽມຢາມທາງລັດຖະກິດ ລາຊະອານາ ຈັກ ກຳປູເຈຍ (ແຕ່ວັນທີ 25-26 ກຸມພາ 2019) ເຊິ່ີ່ງຈະເປັນ ການປະກອບສ່ວນເພີ່ມພູນຄູນສ້າງ ສາຍພົວພັນລະຫວ່າງສາມປະເທດອິນດູຈີນ ເຂົ້າສູ່ລວງເລິກ ແລະ ໝັ້ນຄົງ.

ເພີ່ມພູນຄູນສ້າງສາຍພົວພັນແບບພິເສດ ຫວຽດນາມ-ລາວ ຢ່າງບໍ່ຢຸດຢັ້ງ

ເປັນການຢ້ຽມຢາມຕ່າງປະເທດຄັ້ງທຳອິດ ຂອງສະຫາຍ ຫງວຽນຝູ໋ຈ້ອງ ໃນຖານະ ເລຂາທິການໃຫຍ່, ປະທານປະເທດ, ການຢ້ຽມ ຢາມ ເພື່ອແນໃສ່ປັບປຸງ, ເພີ່ມທະວີ ສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ຮັດແໜ້ນຄວາມເຊື່ອໝັ້ນ ແລະ ຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ.

ໃນຊຸມປີຜ່ານມາ, ສາຍພົວພັນ ຫວຽດນາມ-ລາວ ສືບຕໍ່ໄດ້ຮັບການປັບປຸງ ແລະ ພັດທະນາ ນັບມື້ນັບກວ້າງຂວາງ ເລິກເຊິ່ງ, ແທດເໝາະກັບຕົວຈິງ ແລະ ບັນລຸປະສິດທິຜົນໃນທຸກຂົງເຂດ. ມາຮອດເດືອນ ທັນວາ 2018, ຫວຽດນາມ ໄດ້ມີ 409 ໂຄງການລົງທຶນຢູ່ລາວ ດ້ວຍມູນຄ່າການລົງທຶນທັງໝົດ 4,1 ຕື້ ໂດລາສະ ຫະລັດ ເຂົ້າໃນຂົງເຂດໄຟຟ້ານຳ້ຕົກ, ຂຸດຄົ້ນບໍ່ແຮ່, ຂົນສົ່ງ, ປູກຕົ້ນໄມ້ອຸດສາຫະກຳ ແລະ ບໍລິການ ເປັນຕົ້ນຕໍ. ມີໂຄງການ ຂະ ໜາດໃຫຍ່ຈຳນວນໜຶ່ງໄດ້ສຳເລັດ ແລະ ກຳລັງສືບຕໍ່ເຄື່ອນໄຫວໄດ້ດີເຊັ່ນ: ເຂື່ອນໄຟຟ້ານ້ຳຕົກ ເຊກະໝານ 1; ໂຮງແຮມ ເມື່ອງແທງ ວຽງຈັນ, Crown Plaza; ໂຄງການຂອງກຸ່ມບໍລິສັດ ໂທລະຄົມມະນາຄົມ ທະຫານ Viettel…

ສອງຝ່າຍໄດ້ຕັ້ງໜ້າຜັນຂະຫຍາຍສັນຍາການຄ້າສອງຝ່າຍສະ ບັບໃໝ່, ສັນຍາການຄ້າຊາຍແດນ, ອະນຸສັນຍາ ສະບັບປັບປຸງ ສັນຍາ ສິນຄ້າຜ່ານແດນ ຫວຽດນາມ-ລາວ; ຜັນຂະຫຍາຍກົນໄກ “ໜ່ຶງປະຕູ, ໜຶ່ງຄັ້ງຢຸດ” ທີ່ດ່ານຊາຍແດນສາກົນ ລາວບ່າວ-ແດນສະຫວັນ, ຈັດຕັ້ງການຊຸກຍູ້ການຄ້າ, ງານຕະຫຼາດນັດ, ງານສຳມະນາ, ລົງນາມອະນຸສັນຍາສະບັບປັບປຸງ, ປະກອບເພີ່ມເຕີມ ສັນຍາ ສິນຄ້າຜ່ານແດນ ຫວຽດນາມ-ລາວ.

ປີ 2018, ວົງເງິນການຄ້າສອງສົ້ນບັນລຸ ເກືອບ 1 ຕື້ ໂດລາສະ ຫະລັດ. ບັນດາປະເພດສິນຄ້າ ຂອງລາວ ສົ່ງອອກໄປຍັງ ຫວຽດ ນາມແມ່ນ ນຳ້ດື່ມ, ບັນດາຜະລິດຕະພັນເຄື່ອງໄມ້ ແລະ ຊັບພະ ຍາກອນໂລຫະ, ບັນດາຜະລິດຕະພັນກະສິກຳເຊັ່ນ: ຢາງພາລາ, ກາເຟ, ມັນ, ເຂົ້າສານ, ສັດລ້ຽງ… ເປັນຕົ້ນຕໍ. ບັນດາປະເພດສິນ ຄ້າລາວ ນຳເຂົ້າຈາກ ຫວຽດນາມ ເຊັ່ນ: ນຳ້ມັນ, ອາຍແກັສ, ຝຸ່ນ, ເຫຼັກກ້າ, ເຄື່ອງຈັກ, ອຸປະກອນໄຟຟ້າ, ວັດສະດຸກໍ່ສ້າງ ແລະ ເຄື່ອງອາໄຫຼ່…

ໂດຍປະຕິບັດຕາມບົດບັນທຶກຊ່ວຍຈຳວ່າດ້ວຍ ຍຸດທະສາດຮ່ວມມືດ້ານການຄົມມະນາຄົມຂົນສົ່ງ ຫວຽດນາມ-ລາວ, ກະຊວງຄົມ ມະນາຄົມຂົນສົ່ງ ສອງປະເທດ ໄດ້ລົງນາມໃນຂໍ້ຕົກລົງວ່າດ້ວຍແຜນການ 5 ປີ (2016 - 2020). ສອງຝ່າຍໄດ້ຊຸກຍູ້ຢ່າງແຂງແຮງ ວຽກງານຜັນຂະຫຍາຍ ບັນດາໂຄງການເຊື່ອມຕໍ່ກ່ຽວກັບຄົມມະນາຄົມ ໃນຂອບເຂດການຮ່ວມມືສອງຝ່າຍ ແລະ ອະນຸພາກພື້ນ; ສືບຕໍ່ປະສານສົມທົບ ຜັນຂະຫຍາຍ ບັນດາໂຄງການ ທີ່ສຳຄັນ ມີລັກສະນະຍຸດທະສາດ, ໃນນັ້ນ ມີສອງໂຄງການໃຫຍ່ເຊັ່ນ: ສາຍທາງດ່ວນ ຮ່າໂນ້ຍ-ວຽງຈັນ ມີຄວາມຍາວປະມານ 725 ກິໂລແມັດ; ສາຍທາງລົດໄຟ ຫວູງ ອ໋າງ-ເຕິນເອີິ໋ບ-ໝູ້ຢ້າ-ທ່າແຂກ-ວຽງຈັນ…

ສອງກະຊວງຄົມມະນາຄົມຂົນສົ່ງ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳ ກ່ຽວກັບການພັດທະນາທ່າກຳປັ່ນ 1,2,3 ທ່າກຳປັ່ນ ຫວູງ ອ໋າງ; ໄດ້ເປັນເອກະສັນ ປ່ຽນຊື່ ບໍລິສັດຫຸ້ນສ່ວນທ່າກຳປ່ັນ ຫວູງ ອ໋າງ ຫວຽດ-ລາວ ເປັນບໍລິສັດຫຸ້ນສ່ວນ ທ່າກຳປັ່ນສາກົນ ລາວ-ຫວຽດ; ເຊັນສັນຍາ ວ່າ ດ້ວຍການຮ່ວມມື ແລະ ພັດທະນາທ່າກຳປັ່ນ ຫວູງອ໋າງ (ທ່າກຳປັ່ນ 1,2,3); ຊຸກຍູ້ສຳເລັດໂຄງການກໍ່ສ້າງສະໜາມບິນ ໜອງຄ້າງ ຢູ່ແຂວງ ຫົວພັນ ຕາມທີ່ໄດ້ຕົກລົງກັນ ໃນ ທ້າຍປີ 2019.

ປີ 2018, ຫວຽດນາມສືບຕໍ່ ມອບທຶນການສຶກສາ ຈຳນວນ 1.271 ທຶນ ໃຫ້ແກ່ພະນັກງານ, ນັກຮຽນລາວ. ມາຮອດປັດຈຸບັນ, ມີນັກຮຽນລາວ 14.686 ຄົນ ກຳລັງສຶກສາ ຄົ້ນຄວ້າ ຮໍ່າຮຽນ ຢູ່ຫວຽດນາມ ແລະ ມີນັກຮຽນຫວຽດນາມ 260 ຄົນ ກຳລັງຮຽນຢູ່ ລາວ. ຫວຽດນາມໄດ້ເປີດຫ້ອງຮຽນບຳລຸງໄລຍະສັ້ນ 24 ຊຸດ ໃຫ້ແກ່ພະນັກງານການຄຸ້ມຄອງ, ນັກວິຊາຊີບຂັ້ນຕ່າງໆ ຂອງ ລາວ ຈໍານວນ 497 ຄົນ.

ການຢ້ຽມຢາມຂອງສະຫາຍ ເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ ໄດ້ດຳເນີນໄປໃນໄລຍະເວລາທີ່ ຫວຽດນາມ ແລະ ລາວ ກຳລັງຜັນຂະຫຍາຍ ປະຕິບັດ ມະຕິກອງປະຊຸມໃຫຍ່ ຂອງແຕ່ລະພັກ, ການຢ້ຽມຢາມດັ່ງກ່າວ ຍັງຢືນຢັນ ການສະໜັບ ສະ ໜູນ ຕໍ່ຂະບວນວິວັດແຫ່ງການປ່ຽນແປງໃໝ່, ປົກປັກຮັກສາແລະ ສ້າງສາປະເທດຊາດ ຂອງ ສປປ ລາວ, ໂດຍສະເພາະຢ່າງຍິ່ງແມ່ນການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກປະຊາ ຊົນປະຕິວັດລາວ.

ຊຸກຍູ້ສາຍພົວພັນ ຫວຽດນາມ-ກຳປູເຈຍ ເຂົ້າສູ່ລວງເລິກ ແລະ ໝັ້ນຄົງ

ການຢ້ຽມຢາມທາງລັດຖະກິດ ເຖິງລາຊະອານາຈັກກຳປູເຈຍ ຂອງ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ ຈ້ອງ ໄດ້ຢັ້ງຢືນໃຫ້ເຫັນວ່າ ຍາມໃດຫວຽດນາມ ກໍຖືສໍາຄັນ ແລະ ໃຫ້ບູລິມະສິດ ຢ່າງສູງ ໃຫ້ແກ່ການປັບປຸງ, ເພີ່ມທະວີການພົວ ພັນມິດຕະພາບ, ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ ກັບ ກຳປູເຈຍ ເຂົ້າສູ່ລວງເລິກ ແລະ ໝັ້ນຄົງຍາວນານ.

ການພົວພັນຮ່ວມມືດ້ານເສດຖະກິດ-ການຄ້າ ຫວຽດນາມ-ກຳປູ ເຈຍ ໄດ້ມີການຂະຫຍາຍຕົວຢ່າງວ່ອງໄວ ໃນຊຸມປີມໍ່ໆ ນີ້. ປັດ ຈຸບັນ ຫວຽດນາມ ມີ 210 ໂຄງການລົງທຶນຢູ່ ກຳປູເຈຍ ດ້ວຍມູນ ຄ່າຈົດທະບຽນທັງໝົດ ກວ່າ 3 ຕື້ ໂດລາສະຫະລັດ, ເປັນໜຶ່ງໃນ 5 ປະເທດ ມີການລົງທຶນຫຼາຍທີສຸດເຂົ້າ ກຳປູເຈຍ ຊຶ່ງສຸມໃສ່ໃນ ບັນດາຂົງເຂດເຊັ່ນ: ກະສິກຳ, ທະນາຄານ, ການຄົມມະນາຄົມ-ເຕັກໂນໂລຊີຂ່າວສານ, ຜະລິດ ອຸດສາຫະກຳ, ປຸງແຕ່ງ-ປະດິດ ສ້າງ, ດຳເນີນທຸລະກິດການຄ້າ, ສາທາລະນະສຸກ ແລະ ອື່ນໆ...

ປີ 2018, ຫວຽດນາມມີ 8 ໂຄງການໄດ້ຮັບອະນຸມັດໃໝ່ ແລະ 4 ໂຄງການໄດ້ດັດແປງເພີ່ມມູນຄ່າລົງທຶນໃໝ່ເປັນ 33,8 ລ້ານ ໂດ ລາສະຫະລັດ. ກຳປູເຈຍ ມີ 19 ໂຄງການລົງທຶນ ຢູ່ ຫວຽດນາມ ດ້ວຍມູນຄ່າການລົງທຶນທັງໝົດ 63,42 ລ້ານ ໂດລາສະຫະລັດ ຊ່ຶງສຸມໃສ່ໃນບັນດາຂົງເຂດກະສິກຳ ປ່າໄມ້, ສິນໃນນຳ້, ດຳເນີນ ທຸລະກິດການຄ້າ ເປັນຕົ້ນຕໍ.

ວົງເງິນການຄ້າສອງສົ້ນ ລະຫວ່າງສອງປະເທດ ບັນລຸ 4,68 ຕື້ ໂດລາສະຫະລັດ ໃນປີ 2018, ເພີ່ມຂຶ້ນກວ່າ 23,76% ເມື່ອ ທຽບ ກັບປີ 2017. ໃນນັ້ນ, ຫວຽດນາມ ສົ່ງອອກ 3,74 ຕື້ ໂດລາ ສະຫະລັດ, ເພີ່ມຂຶ້ນ 34,98%; ນຳເຂົ້າປະມານ 963 ລ້ານໂດ ລາສະຫະລັດ, ຫຼຸດລົງ 6,46% ເມື່ອທຽບກັບປີ 2017. ວົງເງິນ ການຄ້າສອງສົ້ນ ຂອງ ສອງະປະເທດ ສູ້ຊົນໃຫ້ບັນລຸ ແລະ ລື່ນ ກາຍ ເປົ້າໝາຍ 5 ຕື້ ໂດລາສະຫະລັດ ກ່ອນປີ 2020.

ຫວຽດນາມ ເປັນປະເທດມີນັກທ່ອງທ່ຽວ ໄປທ່ຽວ ກຳປູເຈຍ ຫຼາຍ ເປັນດັບທີສອງ, ເດືອນຕຸລາ 2018 ໄດ້ມີນັກທ່ອງທ່ຽວ ຫວຽດ ນາມ ປະມານ 500.000 ເທື່ອຄົນ ໄປທ່ອງທ່ຽວ ກຳປູເຈຍ ແລະ ປີ 2017 ໄດ້ມີ ນັກທ່ອງທ່ຽວ ກຳປູເຈຍ 222.000 ເທື່ອຄົນ ມາ ທ່ອງທ່ຽວ ຫວຽດນາມ.

ແຕ່ລະປີ, ຫວຽດນາມ ໄດ້ມອບທຶນການສຶກສາ ກໍ່ສ້າງໄລຍະສັ້ນ ແລະ ຍາວ ນັບຫຼາຍຮ້ອຍທຶນ ໃນຂົງເຂດ ເສດຖະກິດ, ວັດທະນະ ທຳ, ເຕັກນິກວິທະຍາສາດ ໃຫ້ແກ່ພະນັກງານ, ນັກສຶກສາ ກຳປູ ເຈຍ. ສ່ວນກຳປູເຈຍ ໄດ້ມອບທຶນ ການສຶກສາ ໃຫ້ ຫວຽດນາມ ຈຳນວນ 35 ທຶນ ລວມມີ: 15 ທຶນການສຶກສາ ຂັ້ນມະຫາວິທະ ຍາໄລ ແລະ ເໜືອມະຫາ, 20 ທຶນການສຶກສາ ໄລຍະສັ້ນ ບຳ ລຸງ ສ້າງດ້ານພາສາສາດ ແລະ ວັດທະທຳ ຂະແມ. ນອກຈາກນັ້ນ, ສອງຝ່ານກໍກຳລັງ ເພີ່ມທະວີ ການຮ່ວມມື ໃນຂົງເຂດສຶກສາ ວິ ຊາຊີບ ໂດຍຜ່ານ ການຈັດຕັ້ງ ບັນດາການເຄື່ອນໄຫວພັດທະນາ ແຫຼ່ງຊັບ ພະຍາກອນມະນຸດ.

ກ່ຽວກັບການຮ່ວມມືດ້ານກະສິກຳ-ປ່າໄມ້-ການປາປາ, ສອງ ຝ່າຍໄດ້ສຸມໃສ່ຮ່ວມມືເປັນຢ່າງດີ ໃນຂະແໜງການ ຈຳນວນ ໜຶ່ງ ທີ່ສຳຄັນເຊັ່ນ: ຮ່ວມມືພັດທະນາ ດ້ານສະບຽງອາຫານ, ປູກຕົ້ນ ໄມ້ອຸດສາຫະກຳ, ວາງແຜນ ສັງລວມ ແລະ ປົກປັກຮັກສາປ່າໄມ້, ລ້ຽງສິນໃນນຳ້, ສິນທະເລ, ກັກກັນພະຍາດສັດ ແລະ ພັນພືດ...

ສອງຝ່າຍໄດ້ຮ່ວມມືໃນການຂຸດຄົ້ນ, ນຳໃຊ້ຢ່າງມີປະສິດທິຜົນ ບັນດາສາຍການບິນ, ການຄົມມະນາຄົມທາງນຳ້, ປະສານ ສົມ ທົບຍົກລະດັບ ແລະ ກໍ່ສ້າງສາຍທາງ ຄົມມະນາຄົມ ທາງບົກ ເຊື່ອມຕໍ່ສອງປະເທດ, ອຳນວຍ ຄວາມສະດວກໃຫ້ແກ່ ການສົ່ງ ອອກ-ນຳເຂົ້າ ສິນຄ້າ, ພົບປະແລກປ່ຽນ ໄປມາ ລະຫວ່າງສອງ ຝ່າຍ. ສອງປະເທດໄດ້ລົງນາມ ໃນບົດບັນທຶກຊ່ວຍຈຳ ວ່າດ້ວຍ ຍຸດທະສາດຮ່ວມມື ດ້ານຄົມມະນາຄົມຂົນສົ່ງ ໄລລະແຕ່ປີ 2018-2025, ວິໄສທັດ ເຖິງປີ 2030, ແນໃສ່ປະກອບສ່ວນ ຊຸກ ຍູ້ ການແລກປ່ຽນດ້ານການຄ້າ ແລະ ເຊື່ອມຕໍ່ສອງພື້ນຖານ ເສດ ຖະກິດ ທີ່ແທດເໝາະກັບຄວາມເປັນຈິງ.

ຫວຽດນາມ ແລະ ກຳປູເຈຍກຳ ລັງຕັ້ງໜ້າຜັນຂະຫຍາຍ ໂຄງ ການເຊື່ອມຕໍ່ລະບົບໄຟຟ້າ ລະຫວ່າງສອງປະເທດ; ພ້ອມກັນ ນັ້ນຮັກສາໄວ້ການຮ່ວມມືສຳຫຼວດ ແລະ ຂຸດຄົ້ນ ບໍ່ແຮ່.

ໃນຊຸມປີຜ່ານມາ, ການພົວພັນຮ່ວມມືລະຫວ່າງ ຫວຽດນາມ-ກຳ ປູເຈຍ ນັບມື້ນັບມີການຂະຫຍາຍຕົວຢ່າງກວ້າງຂວາງ ເລິກເຊິ່ງ, ປະກອບສ່ວນຢ່າງຕັ້ງໜ້າ, ມີປະສິດທິຜົນ ເຂົ້າໃນ ການພັດ ທະ ນາ ເສດຖະກິດ-ສັງຄົມຂອງແຕ່ລະປະເທດ, ຊຶ່ງນຳມາຜົນປະ ໂຫຍດ ອັນແທດຈິງ ໃຫ້ແກ່ປະຊາຊົນ ສອງປະເທດ. ການຢ້ຽມ ຢາມ ທາງລັດຖະກິດ ຂອງ ສະຫາຍເລຂາທິການໃຫຍ່, ປະທານ ປະເທດ ຫງວຽນຝູ໋ຈ້ອງ ເຖິງ ລາຊະອານາຈັກ ກຳປູເຈຍ ຄັ້ງນີ້ ແມ່ນໂອກາດອັນສຳຄັນ ເພື່ອໃຫ້ສອງຝ່າຍແລກປ່ຽນ ບັນດາຂໍ້ກຳ ນົດທິດ ແລະ ມາດຕະການເພື່ອຊຸກຍູ້ການພົວພັນຮ່ວມມືສອງ ຝ່າຍ ລະຫວ່າງສອງປະເທດ ສືບຕໍ່ມີການຂະຫຍາຍຕົວໃນ ໄລ ຍະໃໝ່.

Không có nhận xét nào:

Đăng nhận xét

Bài đăng nổi bật

Việt Nam giúp xây Học viện Kinh tế-tài chính cho Lào

Sáng 19/7 tại thủ đô Viêng Chăn, Bộ Tài chính Việt Nam phối hợp với Bộ Tài chính Lào tổ chức lễ khởi công dự án xây dựng Học viện Kinh tế-tà...