Chủ Nhật, 21 tháng 7, 2019

Vesak 2019–ແຜ່ແສງສະຫວ່າງມະນຸດສະທໍາ ຂອງ ສາສະໜາພຸດ

ມະຫາກໍາວິສາຂະບູຊາ ຂອງສະຫະປະຊາຊາດ - Vesak 2019 ໄດ້ຈັດຂຶ້ນ ຢູ່ສູນວັດທະນະທໍາພຸດທະສາສະໜາ ຕາມຈຸກ (ເມືອງ ກິມບ໊າງ, ແຂວງ ຮ່ານາມ) ເປັນການສົ່ງສານ, ກະ ບອກສຽງ ມຸ່ງສູ່ ບັນດາບັນຫາທີ່ມີລັກສະນະສົດໆ ຮ້ອນໆ ແລະ ຈໍາເປັນ ໃນຊີວິດການເປັນຢູ່ຂອງມວນມະນຸດ. 

ກ່າວປາໄສໃນງານ, ທ່ານ ຫງວງຽນຊວນຟຸກ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເນັ້ນໜັກວ່າ ງານບຸນວິສາຂະບູຊາ ຂອງ ສະຫະປະຊາຊາດ ເປັນໂອກາດ ເພື່ອເຊີດຊູພະພຸດທະເຈົ້າ ແລະ ຄິດຫງຳ ກ່ຽວກັບສັດຈະທຳສັນຕິພາບ, ລົດຄວາມ ຂັດແຍ້ງ, ຄວາມທຸກທໍລະມານຂອງມະນຸດ ລົງສູ່ລະດັບຕໍ່າສຸດ, ສັນລະເສີນ ແລະ ຊຸກຍູ້ນຳ້ໃຈມິດຕະພາບຮ່ວມມື ລະຫວ່າງຊາດ, ນຳມາຊຶ່ງສັນຕິພາບ ແລະ ຄວາມຢູ່ເຢັນເປັນສຸກ ໃຫ້ແກ່ ມະນຸດ”.

ພາຍໃຕ້ຫົວຂໍ້ “ວິທີເຂົ້າເຖິງພຸດທະສາສະໜາ ກ່ຽວກັບ ການນໍາພາທົ່ວໂລກ ແລະ ຄວາມຮັບຜິດຊອບພ້ອມກັນແບ່ງປັນ ເພື່ອສັງຄົມທີ່ໝັ້ນຄົງ” ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງ ກະບອກສຽງຂອງ ລັດຖະບານ ແລະ ສະມາຄົມ ພຸດທະສາສະໜາ ສຳພັນ ຫວຽດນາມ ກັບກະບອກສຽງຂອງ ສະຫະປະຊາຊາດ ແລະ ບັນດາຜູ້ແທນທີ່ມາຈາກ ບັນດາປະເທດ, ບັນດາສະມາຄົມ ພຸດທະສາສະໜາສຳພັນໂລກ ມີຄວາມປອງດອງກັນ. ນັ້ນແມ່ນຄວາມເອົາໃຈໃສ່, ເປັນຫ່ວງເປັນໃຍລວມກ່ຽວກັບສົງຄາມ, ຂໍ້ພິພາດ, ການກໍ່ການຮ້າຍ, ຄວາມບໍ່ຍຸຕິທຳ, ຄວາມອຶດຢາກ, ການອົບພະຍົບ ແລະ ອື່ນໆ... ນັ້ນແມ່ນລັດທິວັດຖຸນິຍົມ, ວິກິດການສິ່ງແວດລ້ອມ, ການປ່ຽນແປງຂອງດິນຟ້າອາກາດ, ການຂະຫຍາຍຕົວ ຢ່າງໄວວາ ຂອງ ການປະຕິວັດອຸດສາຫະກຳ 4.0... ກຳລັງສົ່ງຜົນກະທົບ ຢ່າງແຂງແຮງ ເຖິງຊີວິດການເປັນຢູ່ທຸກດ້ານ.

ພ້ອມກັນນັ້ນ Vesak 2019 ກໍໄດ້ຢືນຢັນກ່ຽວກັບ ການເສີມຂະຫຍາຍ ບັນດາຄຸນຄ່າແກນຫຼັກ ຂອງ ສາສະໜາພຸດ ກ່ຽວກັບການມີນໍ້າໃຈ, ການເສຍສະຫຼະ, ນ້ຳໃຈມະນຸດສະທຳ, ຖືກຕ້ອງປອງດອງ ແລະ ສັນຕິພາບ ໂດຍຜ່ານຫຼັກຄຳສັ່ງສອນ ຂອງ ພຸດທະສາສະໜາ ແນໃສ່ ປະກອບສ່ວນ ແກ້ໄຂ ບັນດາ ສິ່ງທ້າທາຍ, ບັນຫາຂອງໂລກ, ປະຕິບັດເປົ້າໝາຍ ສະຫັດສະຫວັດຂອງສະຫະປະຊາຊາດ.

ສຳລັບຫວຽດນາມ, ການຮ່ວມເດີນທາງທີ່ກົມກຽວ, ໂອບອ້ອມອາລີ ແຕ່ໃຫຍ່ຍິ່ງ ຂອງ ພຸດທະສາສະໜາ ໄດ້ສ້າງ ບັນດາຄຸນ ຄ່າທາງຄຸນສົມບັດ, ສີສັນວັດທະນະທຳ ທີ່ເປັນເອກະລັກ, ເພີ່ມທະວີກຳລັງພູມຕ້ານທານ, ກຳລັງແຮງສັງລວມ ຂອງ ປະເທດຊາດ, ຜ່ານຜ່າຄວາມອະລັກຂາ, ເຕົ້າໂຮມກັນເປັນໜຶ່ງດຽວໃນຊ່ວງເວລານັບພັນປີ, ຜ່ານຜ່າ ອຸປະສັກ, ຕໍ່ສູ້ມີໄຊຕໍ່ການຮຸກຮານທຸກຄັ້ງຂອງສັດຕູ. ນຳ້ໃຈ, ຫຼັກຄຳສອນຂອງພຸດທະສາສະໜາ ໄດ້ເຈືອປົນພ້ອມກັບ ຫຼັກຄຳສັ່ງສອນ ຮັກຫໍ່ຜູກພັນສະໜິດຕິດເຊື້ອໃຫ້ກັບທຸກຄົນ, ເພື່ອໃຫ້ປະຊາຊົນ ຫວຽດນາມ ໄດ້ໃຊ້ຊີວິດຢູ່ໃນສັນຕິພາບ ແລະ ຄວາມຖືກຕ້ອງປອງດອງກັນ. ດ້ວຍຈິດໃຈເຂົ້າຮ່ວມ ຊີວິດໃນສັງຄົມ, ບັນດານິກາຍພຸດທະສາສະໜາ ຫວຽດນາມ ໄດ້ປະສານກົມກຽວເຂົ້າໃນຊີວິດ ຂອງ ປະຊາຊົນທຸກຊັ້ນຄົນ ເປັນເຈົ້າຕົນເອງ, ເຊີດຊູຄວາມເປັນຊາດ, ປົກປັກຮັກສາ ແລະ ສ້າງສາປະເທດຊາດ ໃນປະຫວັດສາດ ແລະ ພົ້ນເດັ່ນກໍ່ແມ່ນ ການຕໍ່ສູ້ ຕ້ານການຮຸກຮານຈາກຕ່າງຊາດ ໃນສະຕະວັດທີ XX ກໍຄື ໃນຂະບວນການປົກປັກຮັກສາ ແລະ ສ້າງສາປະເທດຊາດ ໃນປັດຈຸບັນ.

ມະຫາກໍາ ວິສາຂະບູຊາ ຂອງ ສະຫະປະຊາຊາດ - Vesak ຄັ້ງທີ 3 ໄດ້ຈັດຂຶ້ນຢູ່ ຫວຽດນາມ ແມ່ນການຮັບຮອງ ອິດທິພົນ ຊື່ສຽງ ແລະ ຖານະບົດບາດ ຂອງ ປະເທດຊາດ, ຂອງສະມາຄົມ ພຸດທະນາສະໜາສຳພັນ ຫວຽດນາມ ພ້ອມກັບຄວາມເອົາໃຈໃສ່ ເສີມຂະຫຍາຍ ບັນດາຄຸນຄ່າມະນຸດສະທຳ ທີ່ປອດໃສ ຂາວສະອາດ ແລະ ຈົບງາມລຳ້ເລີດຂອງ ສາສະໜາພຸດ ບົນເສັ້ນທາງມຸ່ງສູ່ ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ.

Không có nhận xét nào:

Đăng nhận xét

Bài đăng nổi bật

Việt Nam giúp xây Học viện Kinh tế-tài chính cho Lào

Sáng 19/7 tại thủ đô Viêng Chăn, Bộ Tài chính Việt Nam phối hợp với Bộ Tài chính Lào tổ chức lễ khởi công dự án xây dựng Học viện Kinh tế-tà...