Chủ Nhật, 21 tháng 7, 2019

ຫວຽດນາມ ແມ່ນຄູ່ຮ່ວມມືທີ່ໄວ້ໃຈ ເພື່ອສັນຕິພາບທີ່ໝັ້ນຄົງ

ວັນທີ 7 ມິຖຸນາ 2019, ຢູ່ສຳນັກງານອົງການສະຫະປະຊາຊາດທີ່ ນິວຢອກ, ສ ອາເມລິກາ, ສະມັກຊາໃຫຍ່ ສະຫະປະຊາຊາດ ໄດ້ ເລືອກຫວຽດນາມ ເປັນສະມາຊິກ ບໍ່ຖາວອນ ສະພາຄວາມໝັ້ນຄົງ ສະຫະປະຊາຊາດ ອາຍຸການ 2020-2021 ດ້ວຍຈຳນວນບັດສະ ໜັບສະໜູນ 192/193 ບັດ. ຜົນງານດັ່ງກ່າວ ຕອບສະໜອງໄດ້ ຄວາມ ມຸ່ງຫວັງຂອງປະຊາຊົນ ຫວຽດນາມ ແລະ ສະແດງໃຫ້ເຫັນວ່າ ພາຍຫຼັງ 30 ປີ ແຫ່ງການປ່ຽນແປງໃໝ່ ແລະ ເຊື່ອມໂຍງສາກົນ ຢ່າງ ຕັ້ງໜ້າ, ອິດທິຜົນ, ຖານະບົດບາດຂອງ ຫວຽດນາມ ນັບມື້ສູງເດັ່ນ ຢູ່ ສະຫະປະຊາຊາດ ແລະ ບົນເວທີສາກົນ ອີກດ້ວຍ.

ຫຼັງຈາກ ຫວຽດນາມ ຖືກເລືອກໃຫ້ເປັນສະມາຊິກ ບໍ່ຖາວອນ ສະພາ ຄວາມໝັ້ນຄົງ ສະຫະປະຊາຊາດ ອາຍຸການ 2020-2021, ສະຫາຍ ເລຂາທິການ, ປະທານປະເທດ ຫງວຽນຝູ໋ຈ້ອງ ໄດ້ມີສານສະ ແດງ ຄວາມຂອບໃຈ ຕໍ່ການຮັບຮອງ ຂອງ ປະຊາຄົມສາກົນ ກ່ຽວກັບບົດ ບາດ ແລະ ການປະກອບສ່ວນຂອງ ຫວຽດນາມ ເຂົ້າໃນບັນດາ ວຽກ ງານ ຂອງ ສາກົນ ແລະ ພາກພື້ນ ພ້ອມທັງຢືນຢັນວ່າ: “ດ້ວຍຄວາມ ຕັດສິນໃຈໃໝ່, ບັນຍາກາດໃໝ່, ຄວາມໄວ້ເນື້ອເຊື່ອ ໃຈຢ່າງເລິກ ເຊິ່ງ ຕໍ່ກຳລັງແຮງ, ຄວາມຕັ້ງໝັ້ນຂອງ ທົ່ວພັກ, ທົ່ວປວງຊົນ, ດ້ວຍ ຄວາມພະຍາຍາມ ແລະ ການປະສານສົມທົບຢ່າງ ມີປະສິດທິຜົນ ຂອງ ທຸກຂັ້ນ, ທຸກກະຊວງ, ຂະແໜງການ ແລະ ການສະໜັບສະໜູນ ຂອງ ປະຊາຊົນ, ພວກເຮົາເຊື່ອໝັ້ນວ່າ ຫວຽດນາມ ຈະປະສົບຄວາມ ສຳເລັດ ໃນຖານະຕຳແໜ່ງອັນໜັກໜ່ວງ ທີ່ເປັນ ສະມາຊິກ ບໍ່ຖາ ວອນ ສະພາ ຄວາມໝັ້ນຄົງ ສະຫະປະຊາຊາດ, ສົມເປັນຄູ່ຮ່ວມມື ທີ່ໄວ້ເນື້ອ ເຊື່ອໃຈ ເພື່ອສັນຕິພາບ ທີ່ໝັ້ນຄົງ”.

ການທີ່ຫວຽດນາມ ໄດ້ເປັນສະມາຊິກ ບໍ່ຖາວອນ ສະພາຄວາມໝັ້ນ ຄົງ ສະຫະປະຊາຊາດ ເປັນຄັ້ງທີ 2, ອີກເທື່ອໜຶ່ງໄດ້ ຢືນຢັນເຖິງການ ຕັດສິນໃຈຂອງ ຫວຽດນາມ ໃນການປະຕິບັດແນວ ທາງການຕ່າງປະ ເທດເພື່ອສັນຕິພາບ, ເອກະລາດ, ຮ່ວມມື ແລະ ພັດທະນາ, ເປັນ ການສະແດງ ໃຫ້ເຫັນແນວທາງນະໂຍບາຍການ ຕ່າງປະເທດທ່ີຫຼາກ ຫຼາຍຮູບແບບ, ຫຼາຍທິດ, ການເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ມີຄວາມ ຮັບຜິດຊອບສູງຂອງ ຫວຽດນາມ ໃນບັນດາເວທີສາກົນ.
ທ່ານ Kamal Malhotra, ຜູ້ປະສານງານອົງການ ສະຫະປະຊາຊາດ ປະຈໍາຫວຽດນາມ ໃຫ້ຮູ້ວ່າ ນີ້ແມ່ນໄລຍະເວລາເພື່ອໃຫ້ ຫວຽດນາມ ແປ່ງ ປັນບົດຮຽນກັບປະຊາຄົມສາກົນ, ພ້ອມກັນນັ້ນ ຫວຽດນາມ ກໍ່ ຕ້ອງຖອດຖອນບົດຮຽນຈາກບັນດາປະເທດ ໃນພາກພື້ນ ແລະ ໂລກ ອີກດ້ວຍ. ສະຫະປະຊາຊາດ ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອ ໃຈຂອງ ຫວຽດນາມ ຕະຫຼອດໄລຍະເວລາກວ່າ 40 ປີຜ່ານມາ. ໃນຖານະ ເປັນຜູ້ຕາງໜ້າ ຂອງ ສະຫະປະຊາຊາດ ປະຈຳຢູ່ຫວຽດນາມ,ທ່ານ Kamal Malhotra ໄດ້ໃຫ້ຄໍາໝັ້ນສັນຍາວ່າ ຈະສືບຕໍ່ສົມທົບກັບ ຫວຽດນາມ ໃນບົດບາດ ແລະ ຖານະໜ້າໃໝ່ ໃນສະພາ ຄວາມໝັ້ນ ຄົງ ເມື່ອຫວຽດນາມ ຖືກເລືອກໃຫ້ເປັນ ສະມາຊິກ ບໍ່ຖາວອນ ສະພາ ຄວາມໝັ້ນຄົງ ສະຫະປະຊາຊາດ ອາຍຸການ 2020-2021.

ໃນຊຸມປີຜ່ານມາ, ຫວຽດນາມ ໄດ້ມີການເຂົ້າຮ່ວມໃນວຽກງານລວມ ຂອງປະຊາຄົມສາກົນ ໃນຖານະບົດບາດນັບມື້ສູງເດັ່ນ. ຜ່ານ ອາຍຸ ການ 2008-2009, ຫວຽດນາມ ໄດ້ສະແດງໃຫ້ເຫັນວ່າ ເປັນປະ ເທດ ໜຶ່ງມີຄວາມຮັບຜິດຊອບ, ມີທັດສະນະຄ້າຍຄືກັນ ກັບບັນດາປະ ເທດທີ່ເປັນຄູ່ຮ່ວມມື ກ່ຽວກັບບັນຫາການເມືອງ, ມີຄວາມສາມາດ ເພື່ອປະກອບສ່ວນເຂົ້າໃນສະພາຄວາມໝັ້ນຄົງ ດ້ວຍການ ເຂົ້າຮ່ວມ ຢ່າງຄົບຖ້ວນເຂົ້າໃນບັນດາກອງປະຊຸມຂອງ ສະພາ.

ພາຍຫຼັງສຳເລັດການດຳລົງຕຳແໜ່ງເປັນ ສະມາຊິກ ບໍ່ຖາວອນ ສະ ພາ ຄວາມໝັ້ນຄົງ ສະຫະປະຊາຊາດ ອາຍຸການ 2008-2009, ຫວຽດນາມ ສືບຕໍ່ຕາງໜ້າໃຫ້ບັນດາປະເທດໃນພາກພື້ນ ອາຊີ-ປາ ຊີຟິກ, ອອກສະໝັກເລືອກຕັ້ງເຂົ້າຕຳ ແໜ່ງດັ່ງກ່າວ ໃນອາຍຸການ 2020-2021.

ພ້ອມດຽວກັນ ກໍດຳລົງຕຳແໜ່ງທີິ່ເປັນປະທານ ອາຊຽນ ໃນປີ 2020-ເປັນປີ ທຳອິດຂອງທົດສະວັດທີ 2 ໃນສະຕະວັດທີ XXI, ການທີ່ ຫວຽດນາມ ຖືກເລືອກໃຫ້ເປັນ ສະມາຊິກ ບໍ່ຖາວອນ ສະພາ ຄວາມ ໝັ້ນຄົງ ສະຫະປະຊາຊາດ ອາຍຸການ 2020-2021 ສະແດງໃຫ້ເຫັນ ຄວາມ ເປັນເຈົ້າການ ແລະ ຄວາມຕັ້ງໜ້າ ໃນການປະກອບສ່ວນ ຂອງ ຫວຽດນາມ ເພື່ອສັນຕິພາບ, ຄວາມສະຫງົບໃນພາກພື້ນ ແລະ ສາກົນ, ຈາກນັ້ນ ອິດທິພົນ ແລະ ຖານະບົດບາດໃໝ່ຂອງ ຫວຽດ ນາມ ນັບມື້ນັບສູງເດັ່ນ.

ການທີ່ຖືກເລືອກໃຫ້ເປັນສະມາຊິກ ບໍ່ຖາວອນ ສະພາຄວາມໝັ້ນຄົງ ສະຫະປະຊາຊາດ ຄັ້ງນີ້ ຍັງເປັນໂອກາດເພື່ອຍົກສູງຖະນາບົດບາດ ແລະ ຮູບພາບປະເທດຫວຽດນາມ ທີ່ຮັກຫອມສັນຕິພາບ, ດ້ວຍການ ປະກອບສ່ວນຢ່າງຕັ້ງໜ້າ, ມີປະສິດທິພາບ ເຂົ້າໃນການຕໍ່ ສູ້ລວມ ຂອງ ມະນຸດ ເພື່ອເປົ້າໝາຍສັນຕິພາບ, ເອກະລາດແຫ່ງຊາດ, ວັດ ທະນາຖາວອນ, ປະຊາທິປະໄຕ ແລະ ກ້າວໜ້າຂອງສັງຄົມ. ເຫດ ການດັ່ງກ່າວ ໄດ້ເພີ່ມຄວາມ ໄວ້ເນື້ອເຊື່ອໃຈ, ຄວາມເອກອ້າງທະ ນົງໃຈ, ຊຸກຍູ້ປະຊາຊົນ ຫວຽດນາມ ໝົດທຸກຄົນ ມີການປະກອບ ສ່ວນຢ່າງສຸດໃຈເຂົ້າໃນພາລະກິດການປ່ຽນແປງໃໝ່ ແລະ ພັດທະ ນາ ປະເທດຊາດ ຢ່າງຮອບດ້ານ. ນີ້ກໍ່ແມ່ນເງື່ອນໄຂທີ່ ສະ ດວກເພື່ອ ໃຫ້ ຫວຽດນາມ ສືບຕໍ່ ສ້າງສະພາບແວດລ້ອມການລົງ ທຶນເຮັດທຸ ລະ ກິດທີ່ຈັບໃຈ, ປອດໄພໃນພາກພື້ນ ແລະ ສາກົນ.

ຫວຽດນາມ ຖືກເລືອກໃຫ້ເປັນສະມາຊິກ ບໍ່ຖາວອນ ສະພາຄວາມ ໝັ້ນຄົງ ສະຫະປະຊາຊາດ ອາຍຸການ 2020-2021 ແມ່ນເປັນ ກຽດ ອັນສະຫງ່າ, ຢືນຢັນແນວທາງການຕ່າງປະເທດ ທີ່ຖືກຕ້ອງ ຂອງພັກ ແລະ ລັດຫວຽດນາມ. ນີ້ແມ່ນຈຸດໝາຍ ທີ່ມີຄວາມໝາຍ ສຳຄັນ ໃນ ໄລຍະ ຫວຽດນາມ ພວມຜັນຂະຫຍາຍ ມະຕິກອງ ປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ກຳນົດທິດໃຫ້ແກ່ວຽກງານການ ຕ່າງປະເທດຫຼາຍຝ່າຍ “ເປັນເຈົ້າການໃນການເຂົ້າຮ່ວມ ແລະ ເສີມຂະຫຍາຍບົດບາດ ບັນ ດາກົນໄກຫຼາຍຝ່າຍ, ພິເສດແມ່ນ ອາຊຽນ ແລະ ສະຫະປະຊາຊາດ” ແລະ ຄຳສັ່ງເລກທີ 25-CT/TW ລົງວັນທີ 8 ສິງຫາ 2018 ຂອງ ຄະ ນະເລຂາທິການ ກ່ຽວກັບ ການຍູ້ແຮງ, ຍົກລະດັບການຕ່າງປະເທດ ຫຼາຍຝ່າຍເຖິງປີ 2030. ຄຳສັ່ງເລກທີ 25-CT/TW ໄດ້ກໍານົດເປົ້າ ໝາຍ ໃຫ້ແກ່ວຽກງານການຕ່າງປະເທດ ຫຼາຍຝ່າຍໃນເວລາ ທີ່ຈະມາ ເຖິງ ແມ່ນ “ພະຍາຍາມສວມບົດບາດ ທີ່ເປັນເສົາຫຼັກ, ນຳພາ ຫຼື ໄກ່ ເກຍ ຢູ່ບັນດາເວທີປາໄສ, ອົງ ການຈັດຕັ້ງຫຼາຍຝ່າຍທີ່ມີຄວາມ ສຳ ຄັນ ຍຸດທະສາດ ສຳລັບປະເທດຊາດ”, ແທດເໝາະກັບຄວາມສາ ມາດ ແລະ ເງື່ອນໄຂຕົວຈິງຂອງ ຫວຽດນາມ.

Không có nhận xét nào:

Đăng nhận xét

Bài đăng nổi bật

Việt Nam giúp xây Học viện Kinh tế-tài chính cho Lào

Sáng 19/7 tại thủ đô Viêng Chăn, Bộ Tài chính Việt Nam phối hợp với Bộ Tài chính Lào tổ chức lễ khởi công dự án xây dựng Học viện Kinh tế-tà...