Chủ Nhật, 21 tháng 7, 2019

ອາຊຽນ-ຍີ່ປຸ່ນ: ຜົນສຳເລັດໃນຫຼາຍຂົງເຂດ

ໃນຊຸມປີມໍ່ໆ​ ມານີ້, ຍີ່ປຸ່ນ ໄດ້ຖືສຳຄັນເປັນພິເສດ ໃນການ ພົວພັນ ກັບ ອາຊຽນ ແລະ ຖື ອາຊຽນ ເປັນ “ພາກສ່ວນສຳຄັນ ຂອງການຮ່ວມມື ໃນພາກພື້ນອາຊີຕາເວັນອອກ”. ສາຍພົວພັນ ດັ່ງກ່າວ ໄດ້ບັນລຸຫຼາຍຜົນສຳເລັດ ໃນທຸກໆຂົງເຂດ ການຮ່ວມມື.


ແຕ່ປີ 1997, ທ່ານ Hashimoto Ryutaro ນາຍົກລັດຖະມົນຕີ ຍີ່ປຸ່ນ ໄດ້ສະເໜີວ່າ ຢາກເປີດກວ້າງ ແລະ ເຮັດໃຫ້ເລິກເຊິ່ງ​ ການພົບປະສົນທະນາ ໃນບັນດາຂົງເຂດ, ທຸກໆ ຂັ້ນ ລະຫວ່າງ ອາຊຽນ ແລະ ຍີ່ປຸ່ນ. ກອງປະຊຸມຂັ້ນສູງ ອາຊຽນ-ຍີ່ປຸ່ນ ໄດ້ ຮັບການຈັດຕັ້ງເປັນປະຈຳປີ. ກົນໄກ ວ່າດ້ວຍ ການຮ່ວມມື ອາຊຽນ+1 ໄດ້ເລີ່ມການເຄື່ອນໄຫວ ຊຸກຍູ້ ການຮ່ວມສຳພັນ ອາຊີຕາເວັນອອກ ຢ່າງເປັນທາງການ. ນັບຕັ້ງແຕ່ ກອງປະຊຸມ ສຸດຍອດ ອາຊຽນ-ຍີ່ປຸ່ນ ຄັ້ງທີ 1 ໄດ້ຮັບການຈັດຕັ້ງຢູ່ ນະຄອນຫຼວງ ກົວລາລຳເປີ, ປະເທດ ມາເລເຊຍ ເມື່ອປີ 1997, ປັດຈຸບັນ, ກອງປະຊຸມຂັ້ນສູງ ອາຊຽນ-ຍີ່ປຸ່ນ ໄດ້ຮັບການຈັດຂຶ້ນ 21 ຄັ້ງແລ້ວ ໃນບັນດາ ປະເທດທີ່ເປັນສະມາຊິກ ອາຊຽນ ແລະ ຍີ່ປຸ່ນ. ກອງປະຊຸມ ໄດ້ອອກບັນດາຖະແຫຼງການ ແລະ ແຜນການເຄື່ອນໄຫວ ຕົວຈິງ, ຫັນໄປສູ່ເປົ້າໝາຍ ສ້າງ ການພົວພັນ ອາຊຽນ-ຍີ່ປຸ່ນ ໃຫ້ກາຍເປັນສາຍພົວພັນຮ່ວມມື, ມິດຕະພາບ ແລະ ມີປະສິດທິຜົນ. 

ຫວ່າງແລ້ວນີ້, ໃນກອງປະຊຸມຂັ້ນສູງ ອາຊຽນ-ຍີ່ປຸ່ນ ຄັ້ງທີ 21 ເຊິ່ງ ໄດ້ຈັດຂຶ້ນຢູ່ ສິງກະໂປ ເມື່ອປີ 2018 ຜ່ານມາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຢືນຢັນວ່າ ອາຊຽນ ຕີລາຄາສູງ ຕໍ່ການຊ່ວຍເຫຼືອ ຂອງ ຍີ່ປຸ່ນ ຜ່ານ ກອງທຶນເຊື່ອມ ອາຊຽນ-ຍີ່ປຸ່ນ (JAIF) ໃນບັນດາຂົງເຂດ ຮ່ວມມືດ້ານສາທາລະນະສຸກ, ສິ່ງແວດລ້ອມ, ປ້ອງກັນ-ຕ້ານໄພ ທຳມະຊາດ, ການປ່ຽນແປງຂອງ ດິນຟ້າອາກາດ, ວິທະຍາສາດ ເຕັກໂນໂລຊີ, ຫົວຄິດປະດິດສ້າງ ແລະ ອື່ນໆ. 

ໃນກອງປະຊຸມດ່ັງກ່າວ, ບັນດາປະເທດ ອາຊຽນ ໄດ້ເປັນເອກະສັນ ໃນການເສີມຂະຫຍາຍຫຼາຍກວ່າເກົ່າ ພື້ນຖານອັນດີງາມໃນການພົວພັນ ລະຫວ່າງ ອາຊຽນ-ຍີ່ປຸ່ນ, ຊົມເຊີຍ ຍີ່ປຸ່ນ ສືບຕໍ່ສົມທົບກັບ ອາຊຽນ ໃນບັນດາເວທີ ໂດຍ ອາຊຽນ ເປັນເຈົ້າພາບ, ປະກອບສ່ວນ ຊຸກຍູ້ການພົບປະ ສົນທະນາ, ສ້າງຄວາມໄວ້ວາງໃຈ ແລະ ການຮ່ວມມື ບົນ ພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ, ນັບຖືເຊິ່ງກັນ ແລະ ກັນ.

ສຳລັບ ຍີ່ປຸ່ນ, ທ່ານນາຍົກລັດຖະມົນຕີ Shinzo Abe ໄດ້ ຢັ້ງຢືນ ຖືສຳຄັນບົດບາດຂອງ ອາຊຽນ, ຕົກລົງ ເພີ່ມທະວີ ການຮ່ວມມືຮອບດ້ານກັບ ອາຊຽນ, ສະໜັບສະໜູນ ບົດບາດ ໃນການເປັນໃຈກາງ ແລະ ຄວາມພະຍາຍາມຊຸກຍູ້ ການຮ່ວມມື, ຮ່ວມສຳພັນໃນພາກພື້ນ ຂອງ ອາຊຽນ. ທ່ານ ນາຍົກລັດຖະມົນຕີ Shinzo Abe ໄດ້ແຈ້ງຂ່າວ ກ່ຽວກັບ ແຜນການຈັດຕັ້ງວັນ ອາຊຽນ-ຍີ່ປຸ່ນ ຢູ່ ຫວຽດນາມ ໃນປີ 2019 ແນໃສ່ ເພີ່ມທະວີ ຄວາມເຂົ້າໃຈ ລະຫວ່າງ ປະຊາຊົນ ບັນດາ ປະເທດ ໃນກຸ່ມ ອາຊຽນ ແລະ ຍີ່ປຸ່ນ. ທ່ານ ນາຍົກລັດຖະມົນຕີ Shinzo Abe ກໍ່ໄດ້ປະກາດ ຂໍ້ລິເລີ່ມຫຼາຍຂໍ້ ວ່າດ້ວຍ ການຮ່ວມມື ທີ່ສຳຄັນຄື: ກອງທຶນ ອຸປະຖຳ ຂອງທະນາຄານ ຮ່ວມມືສາກົນ ຍີ່ປຸ່ນ (JBIC) ກ່ຽວກັບ ການພັດທະນາ ພື້ນຖານໂຄງລ່າງ ໃນພາກພື້ນ, ກໍ່ສ້າງ ແຫຼ່ງ ຊັບພະຍາກອນ ມະນຸດ ທີ່ມີຄຸນນະພາບສູງ (ປະມານ 80.000 ຄົນໃນ 5 ປີ), ຂຸດຄົ້ນໂອກາດ ການປະຕິວັດ 4.0, ປະເຊີນໜ້າກັບ ໄພທຳມະຊາດ, ການປ່ຽນແປງຂອງ ດິນຟ້າອາກາດ, ການດູແລສຸຂະພາບຂອງປະຊາຊົນ ແລະ ອື່ນໆ.

ທ່ານນາຍົກລັດຖະມົນຕີ Shinzo Abe ໄດ້ຮັບຮູ້ວ່າ ປະເທດ ອາຊຽນ ຈຳນວນໜຶ່ງ, ໃນນັ້ນມີ ສິງກະໂປ, ຫວຽດນາມ ແລະ ຍີ່ປຸ່ນ ອະນຸມັດ ຜ່ານສັນຍາຄູ່ຮ່ວມມືຮອບດ້ານ ແລະ ຈະເລີນກ້າວໜ້າ ຂ້າມປາຊີຟິກ (CPTPP), ຈະປະສົບ ຜົນສໍາເລັດການເຈລະຈາ ສັນຍາຄູ່ຮ່ວມມື ເສດຖະກິດ ຮອບດ້ານໃນພາກພື້ນ (RCEP) ໂດຍໄວ.

ຫວຽດນາມ ຈະເປັນປະເທດປະສານງານ ການພົວພັນ ສົນທະນາ ລະຫວ່າງ ອາຊຽນ-ຍີ່ປຸ່ນ ແຕ່ເດືອນ ສິງຫາ 2018 ເຖິງ ເດືອນ ສິງຫາ 2021. ຫວຽດນາມ ຈະເຮັດ ສຸດຄວາມສາມາດ ຂອງຕົນ ເພື່ອຍົກລະດັບ ການພົວພັນ ຮ່ວມມື ອາຊຽນ-ຍີ່ປຸ່ນ ເພື່ອສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນ ຂອງ ສອງຝ່າຍ ກໍ່ຄືໃນພາກພື້ນ. ຫວຽດນາມ ຕີລາຄາສູງຕໍ່ຫົວຄິດປະດິດສ້າງ ຂອງ ທ່ານນາຍົກ ລັດຖະມົນຕີ Shinzo Abe ໃນການຈັດຕັ້ງວັນ ອາຊຽນ-ຍີ່ປຸ່ນ ຢູ່ ຫວຽດນາມ ໃນປີ 2019 ແລະ ຈະສົມທົບກັບ ຍີ່ປຸ່ນ ເພື່ອ ຈັດຕັ້ງ ເຫດການດັ່ງກ່າວ ຢ່າງມີຜົນສຳເລັດອັນຈົບງາມ.

Không có nhận xét nào:

Đăng nhận xét

Bài đăng nổi bật

Việt Nam giúp xây Học viện Kinh tế-tài chính cho Lào

Sáng 19/7 tại thủ đô Viêng Chăn, Bộ Tài chính Việt Nam phối hợp với Bộ Tài chính Lào tổ chức lễ khởi công dự án xây dựng Học viện Kinh tế-tà...