ເພື່ອຜັນຂະຫຍາຍມະຕິຕົກລົງດັ່ງກ່າວ, ແຂວງ ກວາງນິງ ໄດ້ຫັນ ເປັນຫຼາຍຮູບແບບວິທີການລົງທຶນ, ດຶງດູດແຫຼ່ງທຶນຈາກທຸກພາກ ສ່ວນເສດຖະກິດ, ພິເສດແມ່ນການເຂົ້າຮ່ວມຂອງເອກະຊົນ, ສຸມ ໃສ່ການລົງທຶນພັດທະນາພື້ນຖານໂຄງລ່າງ ການຄົມມະນາຄົມ ດ້ວຍຈຳນວນເງິນລົງທຶນທັງໝົດກວ່າ 30.000 ຕື້ດົ່ງ. ໃນນັ້ນ ທຶນ ຈາກງົບປະມານ ແມ່ນ 10.172 ຕື້ດົ່ງ, ທຶນຈາກສັງຄົມແມ່ນ 19.828 ຕື້ດົ່ງ.
ພິເສດແມ່ນເລື່ອງໂຄງການກໍ່ສ້າງການຄົມມະນາຄົມລະດັບສາກົນ 3 ແຫ່ງ, ມີຈຳນວນເງິນລົງທຶນທັງໝົດປະມານ 25.000 ຕື້ດົ່ງ ແມ່ນ ເສັ້ນທາງດ່ວນ ຫ້າລອງ-ເວິນໂດ່ນ, ສະໜາມບິນສາກົນ ເວິນໂດ່ນ, ທ່າ ກຳປັ່ນສາກົນ ຮ່ອນກາຍ ໄດ້ເປີດນຳໃຊ້ຢ່າງເປັນທາງການ.
ໂຄງການກໍ່ສ້າງເສັ້ນທາງດ່ວນ ຫ້າລອງ-ເວິນໂດ່ນ ຈະເຊື່ອມຕໍ່ສາມຫຼ່ຽມພັດທະນາເສດຖະກິດແມ່ນ ຮ່າໂນ້ຍ-ຫາຍຝ່ອງ-ກວາງນິງ ເພື່ອຊຸກຍູ້ການພັດທະນາເຂດເສດຖະກິດພິເສດຂອງພາກເໜືອ. ນີ້ກໍ່ແມ່ນໂຄງການກໍ່ສ້າງທາງບົກທີ່ສຳຄັນ, ເປັນກຳລັງໜູນ ພັດ ທະນາໃໝ່ຂອງເຂດເສດຖະກິດ ເວິນໂດ່ນ.
ໂຄງການກໍ່ສ້າງສະໜາມບິນສາກົນ ເວິນໂດ່ນ ແມ່ນສະໜາມບິນແຫ່ງທຳອິດຂອງປະເທດ ໄດ້ກໍ່ສ້າງຕາມແບບ BOT (ເອກະຊົນ ເປັນຜູ້ລົງທຶນ). ນີ້ບໍ່ພຽງແຕ່ແມ່ນ “ປະຕູບິນຂຶ້ນສູ່ ທ້ອງຟ້າ” ແຫ່ງ ໃໝ່ຂອງ ກວາງນິງ ເທົ່ານັ້ນ, ຫາກຍັງແມ່ນ ກິດຈະກຳທີ່ເປັນ ແບບ ຢ່າງຂອງຂະແໜງການຄົມມະນາຄົມ ຂົນສົ່ງ ຫວຽດນາມ ອີກ ດ້ວຍ.
ຫວ່າງແລ້ວນີ້, ທ່າກຳປັ່ນສາກົນ ຮ່ອນກາຍ ໄດ້ຕ້ອນຮັບກຳປັ່ນລຳທຳອິດເຂົ້າທຽບທ່າ. ທ່າກຳປັ່ນແຫ່ງນີ້ ສາມາດຕ້ອນຮັບກຳປັ່ນຂົນສົ່ງນັກທ່ອງທ່ຽວຫຼາຍລຳ ທີ່ທັນສະໄໝທີ່ສຸດຂອງໂລກ, ສາມາດ ໃຫ້ກຳປັ່ນ ຂົນສົ່ງນັກທ່ອງທ່ຽວຂະໜາດໃຫຍ່ 2 ລຳ ທີ່ມີນຳ້ໜັກ ເຖິງ 225.000 GT ເຂົ້າທຽບທ່າ, ກຳປັ່ນແຕ່ລຳສາມາດ ບັນທຸກ ນັກທ່ອງທ່ຽວໄດ້ 6.500 ຄົນ. ດ້ວຍລະບົບທ່າກຳປັ່ນທີ່ທັນສະ ໄໝ, ກຳປັ່ນບັນທຸກນັກທ່ອງທ່ຽວສາກົນ ເມື່ອມາຢ້ຽມຢາມ ອ່າວ ຫ້າລອງ ບໍ່ຕ້ອງຈອດຢູ່ໄກຝັ່ງ ແລະ ນັກທ່ອງທ່ຽວຕ້ອງເຂົ້າຝັ່ງດ້ວຍ ເຮືອຈັກ, ທັງເສຍເວລາທັງ ບໍ່ມີຄວາມປອດໄພ ຄືແຕ່ກ່ອນອີກ ແລ້ວ.
ຫາຍຝ່ອງ ເລີ່ມການກໍ່ສ້າງທ່າກຳປັ່ນ ແລ໋ກຮວ້ຽນ ເມື່ອປີ 2013 ດ້ວຍງົບປະມານ 1 ຕື້ໂດລາສະຫະລັດ. ເມື່ອການກໍ່ສ້າງໄລຍະ ທຳອິດສຳເລັດ ໃນເດືອນ ພຶດສະພາ 2018, ທ່າກຳປັ່ນແຫ່ງນີ້ ສາມາດຮັບຕູ້ຄອນແທນເນີ 20-feet (TEUs) 300.000 ຕູ້ ແລ້ວ ຈະເພີ່ມຂຶ້ນ ປະມານ 2-3 ລ້ານ TEUs ໃນປີ 2019 ເມື່ອທ່າກຳ ປັ່ນ ສຳເລັດການກໍ່ສ້າງບັນດາສ່ວນຕ່າງໆ.
ສົມທົບກັບທ່າກຳປັ່ນຫຼາຍແຫ່ງທີ່ມີ, ຫາຍຝ່ອງ ອາດສາມາດຮັບ ເອົາ ໄດ້ປະມານ 5 ລ້ານ TEUs. ສິ່ງດັ່ງກ່າວ ສາມາດຍົກ ຄວາມ ສາມາດ ຂອງ ທ່າກຳປັ່ນ ຫາຍຝ່ອງ ຂຶ້ນເທົ່າທຽມກັບ ຄວາມສາ ມາດຂອງທ່າກຳປັ່ນ ຢູ່ນະຄອນ ໂຮ່ຈີມິນ, ບ່ອນຮັບເອົາ 5,94 ລ້ານ TEUs ໃນປີ 2018.
ບັນດາໂຄງການກໍ່ສ້າງພື້ນຖານໂຄງລ່າງ ກໍ່ໄດ້ຜັນຂະຫຍາຍ ເພື່ອປະກອບສ່ວນໃຫ້ແກ່ໂຄງການກໍ່ສ້າງທ່າກຳປັ່ນ ຫາຍຝ່ອງ. ເສັ້ນທາງດ່ວນສາຍໜຶ່ງ ໄດ້ເປີດນຳໃຊ້ເມື່ອປີ 2015, ຊ່ວຍເຮັດ ໃຫ້ການເດີນທາງແຕ່ນະຄອນ ຫາຍຝ່ອງ ໄປຍັງນະຄອນຫຼວງ ຮ່າ ໂນ້ຍ ເສຍເວລາພຽງ 90 ນາທີເທົ່ານັ້ນ. ເສັ້ນທາງດ່ວນ ໄປຫາ ກວາງນິງ, ບ່ອນທີ່ມີໂຮງງານຜະລິດຫຼາຍແຫ່ງຂອງ ບັນດາບໍລິສັດ ຍີ່ປຸ່ນ ຈະໄດ້ເປີດນຳໃຊ້ໃນປີນີ້ ຢ່າງເປັນທາງການ.
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ ທ່າກຳປັ່ນ ແລ໋ກຮວ້ຽນ ມີບົດບາດສຳຄັນ ໃນຍຸດທະສາດການເດີນເຮືອທະເລ ຂອງ ຫວຽດນາມ. ພາກເໜືອ ຫວຽດນາມ ພວມກາຍເປັນສູນກາງ ຜະລິດໃຫ້ແກ່ບັນດາຂະແໜງຜະລິດເຄື່ອງຈັກ, ອຸປະກອນ ເອເລັກ ໂຕຣນິກ, ລົດໃຫຍ່. Samsung Electronics ໄດ້ລົງທຶນກໍ່ສ້າງ ໂຮງງານຜະລິດໂທລະສັບມືຖື ໃນຂົງເຂດດັ່ງກ່າວ. ເຂດອຸດສາຫະ ກຳ Deep C ຢູ່ໃກ້ກັບ ແລ໋ກຮວ້ຽນ ໄດ້ດຶງດູດການລົງທຶນຈາກ ບໍລິສັດ 80 ແຫ່ງຢູ່ພາຍໃນ ແລະ ຕ່າງປະເທດ.
Không có nhận xét nào:
Đăng nhận xét