Chủ Nhật, 21 tháng 7, 2019

ຫວຽດ​ນາມ​ກໍ່​ສ້າງ​ສະ​ຖາ​ບັນ​ເສດ​ຖະ​ກິດ-ການ​ເງິນ​ໃຫ້​ແກ່​ລາວ

ຕອນເຊົ້າວັນທີ 19 ກໍລະກົດ, ຢູ່ນະຄອນຫຼວງວຽງຈັນ, ກະຊວງການເງິນຫວຽດນາມ ສົມທົບກັບກະຊວງການເງິນລາວ ຈັດພິທີເລີ່ມລົງມືກໍ່ສ້າງສະຖາບັນເສດຖະກິດ-ການເງິນດົງຄຳຊ້າງ ໄລຍະທີ 3.


ກ່າວຄຳເຫັນທີພິທີ, ທ່ານດິງຕຽນຢຸ້ງ ກຳມະການສູນກາງພັກ, ລັດຖະມົນຕີ ກະຊວງການເງິນຫວຽດນາມ ໃຫ້ຮູ້ວ່າ: ໂດຍເລີ່ມຈາກໝາກຜົນ, ປະສິດທິຜົນຂອງໂຄງການລົງທຶນກໍ່ສ້າງໄລຍະທີ 1 ແລະ ທີ 2, ບົນພື້ນຖານພິຈາລະນາຄວາມຕ້ອງການບຳລຸງສ້າງດ້ານເສດຖະກິດ, ການເງິນທີ່ນັບມື້ນັບເພີ່ມຂຶ້ນຢູ່ລາວນັ້ນ, ລັດຖະບານສອງປະເທດຫວຽດນາມ ແລະ ລາວ ໄດ້ອະນຸຍາດໃຫ້ລົງທຶນ ກໍ່ສ້າງສະຖາບັນເສດຖະກິດ-ການເງິນດົງຄຳຊ້າງ ໄລຍະທີ 3 ໃນສັນຍາກ່ຽວກັບການຮ່ວມມືສອງຝ່າຍລະຫວ່າງລັດຖະບານ ສສ ຫວຽດນາມ ແລະ ລັດຖະບານ ສປປ ລາວ ໄລຍະ 2016 - 2020. ຕາມທ່ານລັດຖະມົນຕີດິງຕຽນຢຸ້ງແລ້ວ, ເມື່ອໂຄງການສະຖາບັນເສດຖະກິດ-ການເງິນດົງຄຳຊ້າງ ໄລຍະທີ 3 ໄດ້ກໍ່ສ້າງສຳເລັດ, ພ້ອມກັບພື້ນຖານວັດຖຸທີ່ໄດ້ຮັບການລົງທຶນໃນໄລຍະທີ 1 ແລະ ທີ 2 ນັ້ນ, ໂຄງການດັ່ງກ່າວຈະຮັບປະກັນການບຳລຸງສ້າງໃຫ້ແກ່ນັກສຶກສາໄດ້ 4000 ຄົນ ແລະ ພະນັກງານຂະແໜງການເງິນ 300 ກ່ວາຄົນ ມາຮ່ຳຮຽນ ແລະ ຄົ້ນຄ້ວາ… ສົມເປັນສະຖານທີ່ບຳລຸງສ້າງນັກສຶກສາດີເດັ່ນລຸ້ນຕ່າງໆ, ສະໜອງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ຕອບສະໜອງຄວາມຕ້ອງການຂອງຍຸກສະໄໝໃໝ່.

ສ່ວນທ່ານລັດຖະມົນຕີກະຊວງການເງິນລາວ ສົມດີ ດວງດີ ຢືນຢັນວ່າ: ນີ້ແມ່ນໂຄງການທີ່ສຳຄັນ ມີຄວາມໝາຍດ້ານການເມືອງ ແລະ ຍຸດທະສາດ, ແມ່ນການເຄື່ອນໄຫວຮ່ວມມືຈຸດສຸມຂອງກະຊວງການເງິນສອງປະເທດລາວ ແລະ ຫວຽດນາມ ໃນໄລຍະຈະມາເຖິງ.

Không có nhận xét nào:

Đăng nhận xét

Bài đăng nổi bật

Việt Nam giúp xây Học viện Kinh tế-tài chính cho Lào

Sáng 19/7 tại thủ đô Viêng Chăn, Bộ Tài chính Việt Nam phối hợp với Bộ Tài chính Lào tổ chức lễ khởi công dự án xây dựng Học viện Kinh tế-tà...