Thứ Bảy, 20 tháng 7, 2019

ບັນດາປະເທດ ອາຊຽນ ຕີລາຄາສູງບົດບາດຂອງ ຫວຽດນາມ ຢູ່ ເມັກຊີໂກ

ບັນດາເອກອັກຄະລັກຖະທູດຂອງບັນດາປະເທດ ອາຊຽນ ປະຈຳ ເມັກຊີໂກ ລວມມີ, ມາເລເຊຍ, ອິນໂດເນເຊຍ, ຟີລິບປິນ, ໄທ ແລະ ຫວຽດນາມ ໄດ້ຢືນຢັນເຖິງຄວາມສຳຄັນຂອງການເພີ່ມທະວີຄວາມສາມັກຄີໃນກຸ່ມ ກໍ່ຄືຊຸກຍູ້ການພົວພັນທຸກດ້ານ, ພິເສດແມ່ນເສດຖະກິດ, ການຄ້າ, ການລົງທຶນ ແລະ ວັດທະນະທຳ ກັບ ເມັກຊີໂກ.


ວັນທີ 18 ກໍລະກົດ, ເອກອັກຄະລັດຖະທູດບັນດາປະເທດ ໄທ, ອິນໂດເນເຊຍ, ຟີລິບປິນ ແລະ ມາເລເຊຍ ໄດ້ຕີລາຄາສູງຕໍ່ບົດບາດຂອງ ຫວຽດນາມ ເມື່ອດຳລົງຕຳແໜ່ງເປັນປະທານຜັດປ່ຽນຄະນະກຳມະການສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) - ປະຈຳ ເມັກຊີໂກ (ACMC) ໃນໄລຍະ 6 ເດືອນຕົ້ນປີ ໃນການເພີ່ມທະວີການພົວພັນຂອງກຸ່ມກັບປະເທດປະຈຳຖິ່ນ.

   ທີ່ພິທີມອບ-ຮັບຕຳແໜ່ງເປັນປະທານຜັດປ່ຽນ ACMC ໃຫ້ ອິນໂດເນເຊຍ, ທ່ານ ເຈິ່ນແທງເຕິມ ທີ່ປຶກສາຂອງສະຖານທູດ ຫວຽດນາມ, ຮັບຜິດຊອບ ອາຊຽນ ໄດ້ສະຫລຸບບັນດາການເຄື່ອນໄຫວຂອງ ACMC ໃນ 6 ເດືອນຕົ້ນປີ 2019, ໃນນັ້ນ ລວມມີເລື່ອງຈັດຕັ້ງບັນດາກອງປະຊຸມສຳມະນາ, ການພົບປະກັບເຈົ້າໜ້າທີ່ຂອງປະເທດປະຈຳຖິ່ນ ແນໃສ່ເພີ່ມທະວີນ້ຳໃຈມິດຕະພາບ, ຄວາມສາມັກຄີໃນປະຊາຄົມ ອາຊຽນ, ກໍ່ຄືຊຸກຍູ້ຄວາມເຂົ້າໃຈກັນລະຫວ່າງ ອາຊຽນ - ເມັກຊີໂກ.

   ບັນດາເອກອັກຄະລັກຖະທູດຂອງບັນດາປະເທດ ອາຊຽນ ປະຈຳ ເມັກຊີໂກ ລວມມີ, ມາເລເຊຍ, ອິນໂດເນເຊຍ, ຟີລິບປິນ, ໄທ ແລະ ຫວຽດນາມ ໄດ້ຢືນຢັນເຖິງຄວາມສຳຄັນຂອງການເພີ່ມທະວີຄວາມສາມັກຄີໃນກຸ່ມ ກໍ່ຄືຊຸກຍູ້ການພົວພັນທຸກດ້ານ, ພິເສດແມ່ນເສດຖະກິດ, ການຄ້າ, ການລົງທຶນ ແລະ ວັດທະນະທຳ ກັບ ເມັກຊີໂກ, ປະກອບສ່ວນຍົກສູງພາບພົດ ແລະ ອິດທິພົນຊື່ສຽງຂອງ ອາຊຽນ.
* ກ່ຽວຂ້ອງ

Không có nhận xét nào:

Đăng nhận xét

Bài đăng nổi bật

Việt Nam giúp xây Học viện Kinh tế-tài chính cho Lào

Sáng 19/7 tại thủ đô Viêng Chăn, Bộ Tài chính Việt Nam phối hợp với Bộ Tài chính Lào tổ chức lễ khởi công dự án xây dựng Học viện Kinh tế-tà...