ປະຈຸບັນ, ອາຊຽນ ພວມກ້າວເຂົ້າສູ່ ກາງໄລຍະ ຜັນຂະຫຍາຍ ວິ ໄສທັດ ປະຊາຄົມ ອາຊຽນ 2025 ດ້ວຍຜົນສຳເລັດ ທີ່ໜ້າຊື່ນຊົມ. ການຈະເລີນເຕີບໂຕທາງດ້ານເສດຖະກິດ ຂອງ ບັນດາປະເທດ ສະມາຊິກ ສືບຕໍ່ ມີຄວາມໝັ້ນຄົງ, ຄາດຄະເນ ຈີດີພີ ປີ 2019 ບັນ ລຸ 4,9%, ຍອດຈີດີພີ ຄາດວ່າບັນລຸ 3.000 ຕື້ ໂດລາສະຫະລັດ. ພາຍໃຕ້ຄຳຂວັນ ປີ 2019 ທີ່ວ່າ “ຍູ້ແຮງ ການພົວພັນຄູ່ ຮ່ວມມື ເພື່ອຄວາມຍືນຍົງ”, ອາຊຽນສຸມໃສ່ ຊຸກຍູ້ ລັກສະນະຍືນຍົງ ໃນ ທັງສາມ ເສົາຄຳ້ປະຊາຄົມ ແລະ ເປີດກວ້າງການພົວພັນ ກັບບັນດາ ຄູ່ຮ່ວມມື ເພື່ອເປົ້າໝາຍນີ້.
ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 34 ລວມມີບັນດາ ການເຄື່ອນ ໄຫວຄຳຄັນ, ການພົບປະລະຫວ່າງ ບັນດາ ຜູ້ນຳອາຊຽນ ກັບຜູ້ ຕາງໜ້າ ຂອງ ສະມັດຊາ ລັດຖະສະພາ ລະຫວ່າງຊາດ ບັນດາ ປະເທດ ອາຊີ ຕາເວັນອອກ ສ່ຽງໃຕ້ (AIPA); ສະພາທີ່ປຶກສາ ວິ ສາຫະກິດ ອາຊຽນ (ASEAN-BAC); ຜູ້ນໍາໜຸ່ມອາຊຽນ; ໄຂກອງ ປະຊຸມ ແລະ ວາລະປະຊຸມ ໃນວົງແຄບກອງປະຊຸມສຸດຍອດ ອາ ຊຽນ ຄັ້ງທີ 34; ວາລະປະຊຸມ ຄົບຄະນະ ກອງປະຊຸມສຸດຍອດ ອາ ຊຽນ ຄັ້ງທີ 34, ປະຊຸມຂ່າວ ກ່ຽວກັບຜົນ ຂອງ ກອງປະຊຸມສຸດ ຍອດ ອາຊຽນ ຄັ້ງທີ 34... ກອງປະຊຸມ ໄດ້ພິຈາລະນາ ສະຖາ ນະການ ສ້າງ ປະຊາຄົມ ອາຊຽນ; ສາຍພົວພັນ ລະຫວ່າງ ອາຊຽນ ກັບ ບັນດາຄູ່ຮ່ວມມື ແລະ ບັນດາບັນຫາທີ່ ພາກພື້ນ ແລະ ສາກົນ ທີ່ຕ່າງຝ່າຍຕ່າງ ໃຫ້ຄວາມສົນໃຈ.
ຈາກນັ້ນ, ບັນຫາ ທີ່ຜູ້ນຳ ບັນດາປະເທດ ອາຊຽນ ແລກປ່ຽນ ໃນ ກອງປະຊຸມລວມມີ: ຜັນຂະຫຍາຍການຮ່ວມມື ບົນຈິດໃຈ ແຕ່ລະ ຫົວຂໍ້ ແລະ ບັນດາບູລິມະສິດ ຂອງ ປີ 2019, ສືບຕໍ່ຍູ້ແຮງ ການ ເຊື່ອມຕໍ່ເສດຖະກິດ, ເຊື່ອມຕໍ່, ເປີດກວ້າງ ສາຍພົວພັນລະຫວ່າງ ອາຊຽນ ກັບ ບັນດາປະເທດຄູ່ຮ່ວມມື, ໃນນັ້ນ ຍາດແຍ່ງເອົາ ການ ຮ່ວມມື ກັບ ບັນດາປະເທດ ຄູ່ຮ່ວມມື ແນໃສ່ ປັບໃຫ້ເຂົ້າ ກັບ ການປະຕິວັດ 4.0, ຮັບມືກັບ ສິ່ງທ້າທາຍຕ່າງໆ ເຊ່ັນ: ການປ່ຽນແປງ ຂອງ ດິນຟ້າອາກາດ, ການກໍ່ການຮ້າຍ, ອາດຊະຍາກຳເຕັກໂນໂລຊີສູງ, ຜູກພັນກັບບັນດາຄວາມມານະພະຍາຍາມ ເຊື່ອມຕໍ່ ຂອງ ອາຊຽນ ກັບບັນດາ ຄູ່ຮ່ວມມື, ເສີມຂະຫຍາຍບົດບາດເປັນໃຈກາງ ແລະ ນຳພາ ຂອງ ອາຊຽນ ໃນອົງປະກອບ ຂອງ ພາກພື້ນ... ນອກຈາກນັ້ນ, ກອງປະຊຸມ ຍັງໄດ້ພິຈາລະນາກ່ຽວກັບ ບັນຫາ ຂອງພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງ ໃຫ້ຄວາມສົນໃຈ.
ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 34 ໄດ້ ພິຈາລະນາ ແລະ ຮັບ ຮອງເອົາ ເອກະສານສຳຄັນ ຈຳນວນໜຶ່ງ ເພື່ອເປັນພື້ນຖານ ໃຫ້ ແກ່ ການຮ່ວມມື ອາຊຽນ ໃນຕໍ່ໜ້າເຊັ່ນ: ຖະແຫຼງການ ວິໄສທັດ ການນຳ ອາຊຽນ ວ່າດ້ວຍ ການພົວພັນ ຄູ່ຮ່ວມມື ເພື່ອ ຄວາມຍືນ ຍົງ; ເອກະສານ ທັດສະນະຂອງ ອາຊຽນ ວ່າດ້ວຍ ມະຫາສະໝຸດ ອິນເດຍ-ປາຊີຟິກ; ຖະແຫຼງການວ່າດ້ວຍ ປີ ວັດທະນະທຳ ອາ ຊຽນ 2019; ຖະແຫຼງການບາງກອກ ວ່າດ້ວຍ ຕ້ານ ບັນຫາຂີ້ ເຫຍື້ອ ຢູ່ທ້ອງມະຫາສະໝຸດ ແລະ ອື່ນໆ...
ປັດຈຸບັນ, ອາຊຽນ ມີເສດຖະກິດທີ່ໝັ້ນຄົງ, ຂະຫຍັນຂັນແຂງ, ມີ ຄວາມສາມາດໃນການປັບຕົວ ຕໍ່ການປ່ຽນແປງ ຢ່າງວ່ອງໄວ ຂອງ ພາກພື້ນ ແລະ ໂລກ. ດ້ວຍຈຳນວນ ພົນລະເມືອງກວ່າ 625 ລ້ານ ຄົນ, ປະຊາຄົມ ອາຊຽນ ເປັນຕະຫຼາດທີ່ ເຕັມໄປດ້ວຍ ຄວາມສາ ມາດບົ່ມຊ້ອນ ໃນພາກພື້ນ ອາຊີ-ປີຊີຟິກ... ອາຊຽນ ຮັກສາບົດ ບາດ ເຊື່ອມຕໍ່ ທີ່ສຳຄັນ ຢູ່ພາກພື້ນ, ປະກອບສ່ວນກໍ່ສ້າງໂຄງ ປະກອບ ພາກພື້ນ ໂດຍຜ່ານບັນດາ ວິວັດທະນາການ, ກົນໄກ, ເວທີປາໄສ ໂດຍອາຊຽນ ເປັນຜູ້ລິເລີ່ມ ແລະ ນຳພາເຊັ່ນ: ກອງປະຊຸມ ສຸດຍອດ ອາຊີຕາເວັນອອກສ່ຽງໃຕ້ (EAS), ເວທີປາໄສຄວາມ ສະຫງົບ ໃນພາກພື້ນ ອາຊຽນ (ARF), ກອງປະຊຸມລັດຖະມົນຕີ ປ້ອງກັນປະເທດ ອາຊຽນ ເປີດກວ້າງ (ADMM+), ເວທີປາໄສ ວ່າ ດ້ວຍມະຫາສະໝຸດ ອາຊຽນ ເປີດກວ້າງ (EAMF) ກໍຄືການຮ່ວມ ມື ຕ້ານອາດສະຍາກຳ ຂ້າມຊາດ.
Không có nhận xét nào:
Đăng nhận xét