Chủ Nhật, 21 tháng 7, 2019

30 ປີແຫ່ງການດຶງດູດ FDI: ເບິ່ງຄືນເພື່ອກ້າວຕໍ່ໄປ

ພາຍຫຼັງ 30 ປີແຫ່ງການປ່ຽນແປງໃໝ່ ແລະ ເປີດປະຕູ, ຫວຽດ ນາມ ໄດ້ກາຍເປັນໜຶ່ງໃນບັນດາປະເທດຢູ່ພາກພື້ນ ໄດ້ຮັບຜົນ ສຳເລັັດ ໃນການດຶງດູດ ການລົງທຶນໂດຍກົງຈາກ ຕ່າງປະເທດ (FDI).

ທ່ານ ສຈ. ປອ ຫງວຽນມ້າຍ, ປະທານສະມາຄົມ ວິສາຫະກິດ FDI ຢູ່ ຫວຽດນາມ (VAFIE) ໃຫ້ຮູ້ວ່າ ຫຼັງຈາກສະພາແຫ່ງ ຊາດ ໄດ້ປະກາດໃຊ້ກົດໝາຍວ່າດ້ວຍການລົງທຶນຈາກຕ່າງປະເທດ ຢູ່ ຫວຽດນາມ ໃນໄລຍະທ້າຍປີ 1987, ເພື່ອຮັບເອົາແຫຼ່ງເງິນລົງທຶນຈາກຕ່າງປະເທດ ໄດ້ຢ່າງທັນການ, ຕົ້ນປີ 1988, ລັດຖະບານໄດ້ມອບໜ້າທີ່ໃຫ້ ກະຊວງເສດຖະກິດການ ຕ່າງປະເທດ ກວດກາ ແລະ ມອບໃບອະນຸຍາດໃຫ້ແກ່ ໂຄງ ການ FDI.

ທ່ານ ຫງວຽນມ້າຍ ໃຫ້ຮູ້ວ່າ “ກົດໝາຍວ່າດ້ວຍການລົງທຶນ ຈາກຕ່າງປະ ເທດ ຢູ່ ຫວຽດນາມ ໄດ້ສ້າງຂຶ້ນ ບົນພື້ນຖານການ ຖອດຖອນບົດຮຽນຈາກ 18 ກົດ ໝາຍວ່າດ້ວຍການລົງທຶນ ຈາກ ຕ່າງປະເທດຂອງປະເທດຕ່າງໆ, ພຽງ ແຕ່ຮຽນເອົາອັນ ເດັ່ນ, ສະນັ້ນ ກົດໝາຍວ່າດ້ວຍ ການລົງ ທຶນຈາກຕ່າງປະເທດ ຂອງ ຫວຽດນາມ ຈຶ່ງມີຄວາມ ຈັບໃຈ”.

ແຕ່ວ່າ ໃນຊຸມປີທຳອິດ, ເມື່ອກົດໝາຍວ່າດ້ວຍການລົງທຶນ ຈາກຕ່າງປະເທດ ຫາກໍ່ໄດ້ປະກາດໃຊ້, ແຫຼ່ງເງິນລົງທຶນຂອງບັນດາວິສາຫະກິດ FDI ເຂົ້າ ຫວຽດນາມ ຍັງມີໜ້ອຍ. ໃນ 2 ປີ (1988-1990), ມີພຽງໃບອະນຸຍາດການລົງທຶນ 213 ສະບັບໄດ້ອະນຸມັດຜ່ານ ດ້ວຍຍອດເງິນລົງທຶນເກືອບ 1,8 ຕື້ ໂດລາ ສະຫະລັດ. 

ເລີ່ມແຕ່ປີ 1991, ການລົງທຶນຈາກຕ່າງປະເທດເຂົ້າສູ່ ຫວຽດ ນາມ ໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ. ພາຍໃນ 7 ປີ, ໄດ້ມີ 2200 ໂຄງການ ຈົດທະບຽນ ລົງທຶນ ໃນຫວຽດນາມ ດ້ວຍຈຳນວນ ເງິນ ກວ່າ 16 ຕື້ໂດລາ ສະຫະລັດ, ໃນນັ້ນ ຈຳນວນເງິນລົງທຶນ ຕົວຈິງແມ່ນກວ່າ 12 ຕື້ ໂດລາ ສະຫະລັດ.

ປັດຈຸບັນ, 58% ທຶນ FDI ແມ່ນສຸມໃສ່ເຂົ້າໃນຂົງເຂດ ອຸດສາ ຫະກຳປຸງແຕ່ງ, ການຜະລິດ, ມູນຄ່າ ການຜະລິດດ້ານອຸດ ສາ ຫະກຳ ມີເຖິງ 50%, ປະກອບສ່ວນຊ່ວຍສ້າງຂະແໜງ ອຸດສາ ຫະກຳຕົ້ນຕໍ ຈຳນວນໜຶ່ງ ໃຫ້ແກ່ ຫວຽດນາມ ຄື: ນຳ້ມັນ- ອາຍ ແກັດ, ເອເລັກໂຕລິກ, ສື່ສານ ແລະ ອື່ນໆ.

ພ້ອມກັບການປະກອບທຶນໃຫ້ແກ່ພື້ນຖານເສດຖະກິດ, ວິສາ ຫະກິດ FDI ຍັງຊ່ວຍເຫຼືອດ້ານຄວາມສາມາດໃນການຄຸ້ມຄອງ ໃຫ້ແກ່ຫວຽດນາມ, ປ່ຽນໃໝ່ເຕັກໂນໂລຊີ ກັບບັນດາ ວິສາຫະ ກິດ ຢູ່ພາຍໃນອີກດ້ວຍ.

ສຳລັບບັນດາທ້ອງຖິ່ນທີ່ດຶງດູດໂຄງການ FDI ຫຼາຍເຊັ່ນ: ຮ່າ ໂນ້ຍ, ບັກນິງ, ຖາຍຫງວຽນ, ຫວິງຝຸກ, ຮາຍຝ່ອງ, ນະຄອນ ໂຮ່ ຈີມິນ, ບິ່ງເຢືອງ ແລະ ດົ່ງນາຍ, ເຮັດໃຫ້ອົງປະກອບເສດຖະ ກິດ ຂອງ ແຕ່ລະແຂວງ, ນະຄອນ ມີການປ່ຽນແປງ, ສ້າງເງື່ອນ ໄຂ ເພື່ອໃຫ້ ວິສາຫະກິດ ພາຍໃນພັດທະນາ ແລະ ໄດ້ຮັບປະ ສິດທິຜົນສູງ ໃນການ ດຳເນີນທຸລະກິດ.

ຕີລາຄາສູງຕໍ່ສະພາບແວດລ້ອມການລົງທຶນຂອງ ຫວຽດນາມ, ທ່ານ Kuniharu Nakamura, ປະທານຮ່ວມ ຄະນະກຳມະ ການ ເສດຖະກິດ ຍີ່ປຸນ-ຫວຽດນາມ ຂອງ ສະຫະພັນບັນດາ ອົງການຈັດຕັ້ງເສດຖະກິດ ຍີ່ປຸ່ນ (Keidanren) ໃຫ້ຮູ້ວ່າ ສໍາ ລັບບັນດາວິສາຫະກິດ ຍີ່ປຸ່ນ, ຫວຽດນາມ ເປັນຕະຫຼາດທີ່ ຈັບ ໃຈ ຍ້ອນມີພົນລະເມືອງຫຼາຍ, ເປັນປະເທດມີການເຊື່ອມຕໍ່ກັບ ອາຊຽນ, ສະພາບການເມືອງ ແລະ ສັງຄົມມີຄວາມສະຫງົບ, ໝັ້ນຄົງ. ນັບມື້ນັບມີຫຼາຍ ວິສາຫະກິດ ຍີ່ປຸ່ນ ຢາກມາ ຫວຽດ ນາມ ເພື່ອລົງທຶນ, ຜະລິດ, ດຳເນີນທຸລະກິດ.

ແນວໂນ້ມ ກະແສເງິນລົງທຶນທົ່ວໂລກ ຍັງຄົງດຳເນີນຕໍ່ໄປ. ແນວໂນ້ມນີ້ຊີ້ໃຫ້ເຫັນວ່າ ໃນຕໍ່ໜ້າ ພາຍໃຕ້ການຊີ້ນຳ ນຳພາ, ຂອງ ລັດຖະບານ ທ່ີໂປ່ງໃສ, ຮັບໃຊ້ບັນດາວິສາຫະກິດ ແລະ ປະຊາຊົນ, ຫວຽດນາມ ມີທ່າແຮງຢ່າງຫຼວງຫຼາຍໃນການດຶງດູດ ແຫຼ່ງທຶນ FDI.

ທ່ານ ໂດ໋ເຍີດຮວ່າງ, ຫົວໜ້າກົມລົງທຶນຈາກຕ່າງປະເທດ (ກະ ຊວງແຜນການ ແລະ ການລົງທຶນ) ໃຫ້ຮູ້ວ່າ ນະໂຍບາຍ ດຶງ ດູດ FDI ຂອງ ຫວຽດນາມ ມີຄວາມສະດວກຫຼາຍ, ເຖິງວ່າ ຫຼາຍ ປະເທດໃນໂລກ ມີນະໂຍບາຍລົງທຶນບໍ່ເປັນເອກະສັນ, ແຕ່ ຫວຽດນາມ ຍັງຮັກສານະໂຍບາຍ “ເປີດກວ້າງ” ໃນການດຶງດູດການລົງທຶນ, ນີ້ເປັນຄວາມສໍາຄັນທີ່ຊ່ວຍເຮັດໃຫ້ ຫວຽດ ນາມ ໄດ້ຮັບຄວາມສົນໃຈຈາກນັກລົງທຶນ ທົ່ວໂລກ.

ທ່ານ ຫງວຽນຈີຢຸ໊ງ, ລັດຖະມົນຕີກະຊວງແຜນການ ແລະ ການ ລົງທຶນ ໃຫ້ຮູ້ວ່າ ຫວຽດນາມ ຕ້ອງສຸມໃສ່ໃນການດຶງດູດບັນ ດາ ໂຄງການເຕັກໂນໂລຊີລະດັບສູງ ຂອງບັນດາກຸ່ມບໍລິສັດຂ້າມ ຊາດ ໃນຂົງເຂດອຸດສາຫະກຳປຸງແຕ່ງ, ກະສິກຳ, ເຕັກໂນ ໂລຊີ ສື່ສານ ແລະ ບັນດາບໍລິການ ທີ່ ຫວຽດນາມ ມີທ່າແຮງບົ່ມ ຊ້ອນ.

ດ້ວຍຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງໃນການປະຕິຮູບຂອງ ລັດຖະບານ, ຄວາມໃກ້ຊິດມິດຕະພາບຂອງປະຊາຊົນ ຫວຽດນາມ, ທ່ານ ຫງວຽນຈີຢຸ໊ງ ຫວັງວ່າ ໃນໄລຍະຈະມາເຖິງ,ບັນດາວິສາຫະກິດ ທີ່ພວມລົງທຶນຢູ່ ຫວຽດນາມ ຈະສືບຕໍ່ ເປີດ ກວ້າງການລົງທຶນ ແລະ ຜັນຂະຫຍາຍຢ່າງມີປະສິດທິຜົນ,ນັບ ມື້ນັບພັດທະນາຂຶ້ນ. ສຳລັບບັນດານັກລົງທຶນທີ່ຍັງບໍ່ທັນມີໂຄງ ການເພື່ອລົງທຶນ ຈະຊອກຫາໄດ້ໂອກາດລົງທຶນ, ນຳ ຜົນປະ ໂຫຍດມາໃຫ້ແກ່ວິສາຫະກິດຂອງຕົນ, ເຂົ້າຮ່ວມ ໃນການປະ ກອບສ່ວນພັດທະນາເສດຖະກິດ-ສັງຄົມ ຫວຽດນາມ.

Không có nhận xét nào:

Đăng nhận xét

Bài đăng nổi bật

Việt Nam giúp xây Học viện Kinh tế-tài chính cho Lào

Sáng 19/7 tại thủ đô Viêng Chăn, Bộ Tài chính Việt Nam phối hợp với Bộ Tài chính Lào tổ chức lễ khởi công dự án xây dựng Học viện Kinh tế-tà...